1.  

                         ການປູກຜັກກາດກວາງຕຸ້ງ

     


    ຜັກ​ກາດ​ຂຽວ​ກວາງ­ຕຸ້ງ ໃຊ້​ບໍ­ລິ­ໂພກ​ພາກ­ສ່ວນ​ໃບ ແລະ ກ້ານ ເຊິ່ງ​ເປັນ​ທີ່​ນິ­ຍົມ​ບລິ​ໂພກຫລາຍລັກ­ສະ­ນະ​ກ້ານ​ໃບ​ຫນາມົນ​ເກືອບ​ກົມສີ­ຂຽວ​ປາຍ​ແຜ່ນໃບ​ມົນ​ສີ­ຂຽວ​ເຂັ້ມມີ​ຖິ່ນ​ກຳ­ເນີດ
    ໃນ​ທະ­ວີບ­ອາ­ຊີ​ຕາ­ເວັນ​ອອກສຽງ​ໃຕ້ປູກ​ຫລາຍ​ໃນ​ມົນ­ທົນກວາງ­ຕຸ້ງ​ຂອງ​ປະ­ເທດ​ຈີນ, ໄທ ແລະ ສປປ ລາວ.
    ລັກ­ສະ­ນະ​ທົ່ວ​ໄປ.
        ຜັກ​ກາດ​ກວາງ­ຕຸ້ງ​ເປັນ​ພືດຜັກ​ທີ່­ຢູ່​ໃນ​ຕະ­ກູນ Cruciferae ມີ​ຊື່​ວິ­ທະ­ຍາ­ສາດ​ວ່າ: Brassica chinensisvar. para chinensis (Bailey) Tsen lee. ຜັກ​ກາດ​ກວາງ­ຕຸ້ງ​ເປັນ​ພືດ​ອາ­ຍຸປີ​ດຽວ (Annual) ສາ­ມາດ​ຈະເລີນ​ເຕີບ​ໂຕ​ໄດ້​ໃນ​ດິນ​ທຸກ​ຊະ­ນິດທີ່​ມີ​ຄວາມ​ອຸ­ດົມ­ສົມ­ບູນ​ດີປະ­ຕິກິ­ລິ­ຍາ​ຂອງ​ດິນ pH 5,8-6,5 (ຂ້ອນ​ຂ້າງ​ເປັນ​ກົດ​ເລັກ​ນ້ອຍ ຫາ ປານ​ກາງ) ສະ­ພາບ​ດິນ​ມີຄວາມ​ຊຸ່ມ​ສູງ​ພໍ​ສົມ­ຄວນ, ມີ​ແສງສະ­ຫວ່າງ (ແສງ​ແດດ) ສະຫມ່ຳ​ສະ­ເຫມີ​ຕະ­ຫລອດ​ມື້, ອຸນ­ຫະ­ພູມ​ທີ່​ເຫມາະ​ສົມ 20-25  ອົງ­ສາ​ເຊ ສະ­ພາບ​ອາກາດ​ໃນ​ບ້ານ​ເຮົາ​ແມ່ນ​ສາ­ມາດປູກ​ໄດ້​ຕະ­ຫລອດ​ປີ​ອາ­ຍຸ​ຕັ້ງ­ແຕ່ຫວ່ານ ຫລື ຢອດ​ເມັດເຖິງເກັບ​ກ່ຽວ​ປະ­ມານ 35-45 ວັນ.
    ແນວ​ພັນ.
         ຜັກ​ກາດ​ຂຽວກວາງ­ຕຸ້ງ​ຍັງ​ບໍ່​ມີ​ການລະ­ບຸຄວາມ​ແຕກ​ຕ່າງຂອງ​ລັກ­ສະ­ນະ​ພັນນອກ­ຈາກ​ຜັກ​ກາດຂຽວ​ກວາງ­ຕຸ້ງ​ແລ້ວ ຍັງ​ມີ​ຜັກ​ກວາງ­ຕຸ້ງ 3 ຊະ­ນິດ​ຄື: ຜັກ​ກາດຂາວ​ກວາງ­ຕຸ້ງ, ຜັກກາດ​ຮ່ອງ​ເຕ້ ແລະ ຜັກກາດ​ດອກ.
    ການ​ກຽມ​ດິນ.
    ຜັກ​ກາດ​ຂຽວກວາງ­ຕຸ້ງ ເປັນ​ຜັກ​ທີ່ມີ​ຮາກ​ຕື້ນ​ການ​ກຽມດິນ​ຄວນ​ໄຖ-ຂຸດ​ເລິກ​ປະ­ມານ  15-20 ຊັງ​ຕີ​ແມັດ​ຕາກ​ດິນ​ໄວ້ປະ­ມານ 5-7 ວັນ ໂຮຍ​ຝຸ່ນຄອກ ຫລື ຝຸ່ນ​ບົ່ມທີ່​ລະ­ລາຍຕົວ​ດີ​ແລ້ວ​ໃຫ້​ຫລາຍພວນ ແລະ  ຍ່ອຍ​ດິນ​ໃຫ້​ລະ­ອຽດ​ຍົກ​ເປັນຫນານໆ.
    ການ​ປູກ.
       ປູກ​ແບບ​ຫວ່ານ​ເມັດ: ໃຫ້​ປະສົມ​ເມັດ​ພັນ 1 ສ່ວນກັບ​ຊາຍ​ສະອາດ 3 ສ່ວນ ຫວ່ານ​ໃຫ້​ທົ່ວຫນານ ແລ້ວ​ປົກ​ດ້ວຍ​ຝຸ່ນ​ຄອກ ຫລື ຝຸ່ນ​ບົ່ມ ຫນາ 0,5-1 ຊັງ​ຕີແມັດ. ປົກ​ດ້ວຍ​ເຟືອງ​ແຫ້ງ​ທີ່​ສະອາດ​ບາງໆ ເພື່ອ​ເກັບ​ຮັກ­ສາຄວາມ​ຊຸ່ມ​ຊື່ນ ແລ້ວ​ຫົດ​ນ້ຳ​ໃຫ້ຊຸ່ມເມື່ອ​ເມັດ​ງອກ​ໄດ້​ປະ­ມານ 20 ວັນ ຄວນ​ຖອນແຍກຈັດ​ໃຫ້ໄດ້​ໄລ­ຍະ​ຫ່າງ​ຕົ້ນ 20-25 ຊັງຕີ​ແມັດ.
       ປູກ​ແບບ​ໂຮຍ​ເມັດ​ເປັນ​ແຖວ. ຫລັງ​ຈາກ​ປະ­ສົມ​ເມັດ​ພັນ​ດັ່ງກ່າວ​ຂ້າງ​ເທິງ​ແລ້ວ ໃຫ້​ໂຮຍ​ເປັນແຖວ​ເລິກ​ລົງ​ໄປ​ໃນ​ດິນ​ປະ­ມານ 0,5-1 ຊັງ​ຕີ​ແມັດ ໂດຍ​ໃຫ້​ໄລ­ຍະລະ­ຫວ່າງ​ແຖວ 20-25 ຊັງ​ຕີແມັດ ແລ້ວ​ປົກ​ດ້ວຍ​ຝຸ່ນ​ຄອກ ຫລື ຝຸ່ນ​ບົ່ມ​ບາງໆ, ປົກ​ດ້ວຍ ເຟືອງ​ແຫ້ງ​ຫົດ​ນ້ຳ​ໃຫ້​ຊຸ່ມ. ຫລັງ​ຈາກ​ເມັດ​ງອກ​ໄດ້ 20 ມື້ ໃຫ້​ຖອນ​ແຍກ​ໃນ​ແຖວ ໂດຍ​ພະ ຍາ​ຍາມ​ຈັດ​ໄລ­ຍະ​ຫ່າງ​ຂອງ​ຕົ້ນໃຫ້​ໄດ້​ປະ­ມານ 20-25 ຊັງ​ຕີແມັດ.
    ການ​ບົວ­ລະ­ບັດ​ຮັກ­ສາ.
        ການ​ໃສ່​ຝຸ່ນ: ພືດ​ດັ່ງ­ກ່າວ​ນີ້ ຕ້ອງ­ການ​ຝຸ່ນ​ພໍ​ສົມ­ຄວນດັ່ງ­ນັ້ນ, ການ​ກຳ­ນົດ​ຝຸ່ນ​ເພື່ອ​ນຳ​ໃຊ້ແມ່ນມີ​ຄວາມ​ຈຳ­ເປັນ ແນ­ໃສ່​ການຫລຸດ​ຕົ້ນ​ທຶນ​ການ​ຜະ­ລິດ ແລະ ໃຫ້​ມີ​ປະ​ສິດ­ທິ​ຜົນ​ສູງ​ດ້ານ​ຜົນ​ຜະລິດ ໂດຍ​ສະ­ເພາະ​ດ້ານ​ການ​ຈະເລີນ​ເຕີບ​ໂຕ​ໃບ ແລະ ທາງ​ກ້ານ ຫລື ລຳ­ຕົ້ນ. ດັ່ງ­ນັ້ນ, ຈິ່ງ​ແນະ­ນຳໃຫ້​ໃຊ້​ຝຸ່ນ N:P:K ສູດ 20-11-11 ຫລື 16-8-8 ຫລື ສູດ​ທີ່​ໃກ້ຄຽງໃນ​ຈຳ­ນວນ 300 ກິ​ໂລ​ຕໍ່ເຮັກ­ຕາ ໂດຍ​ແບ່ງ​ໃສ່ 2 ເທື່ອ: ເທື່ອ​ທີ 1: ໃສ່​ເຄິ່ງ​ຫນຶ່ງ​ເປັນ​ຝຸ່ນຮອງ​ພື້ນ​ຕອນ​ປູກ​ແລ້ວ​ພວນ​ດິນປົກ. ເທື່ອ​ທີ 2: ໃຫ້​ໃສ່​ຝຸ່ນ​ເມື່ອພືດ​ມີ​ອາ­ຍຸ​ປະ­ມານ 10-20 ວັນ ຈຳ­ນວນ​ທີ່​ເຫລືອ​ຄັ້ງ​ທຳ​ອິດ. ພ້ອມ​ນີ້​ອາດ​ຈະ​ເພີ່ມ​ຝຸ່ນຢູ​ເຣຍອີກ 60 ກິ​ໂລ​ຕໍ່​ເຮັກ­ຕາ ເພື່ອ​ເລ່ງການ​ຈະ­ເລີນ​ເຕີບ​ໂຕຂອງ​ລຳ­ຕົ້ນ  ແລະ ໃບ.
    ການ​ໃຫ້​ນ້ຳ: ຄວນ​ໃຫ້​ຢ່າງພຽງ­ພໍ ແຕ່​ຢ່າ​ໃຫ້​ປຽກ​ຈົນ​ເກີນໄປ ໂດຍ​ເບິ່ງ​ຄວາມ​ຊຸ່ມ​ຊື່ນ​ໃນຫນານ​ປູກໃຫ້​ມີ​ຄວາມ​ຊຸ່ມ​ຢ່າງສະ​ຫມ່ຳ​ສະ­ເຫມີ.
       ການ​ພວນ​ດິນ ແລະ ກຳ ຈັດ​ຫຍ້າ: ຄວນ​ເຮັດ​ໃນ​ໄລ­ຍະ​ທຳອິດ ເພື່ອ​ເຮັດ​ໃຫ້​ດິນ​ລຸ​ລ່ວງຜຸ​ຜົງລະ­ບາຍ​ອາ­ກາດ ແລະ ນ້ຳ​ໄດ້​ດີພ້ອມ​ກັບ​ການ​ກຳ­ຈັດ​ຫຍ້າ​ໄປພ້ອມໆ​ກັນ ເມື່ອ​ຕົ້ນ​ພືດ​ມີ​ໃບ​ປົກຄຸມ​ດິນ​ແລ້ວບໍ່​ຈຳ­ເປັນ​ເຮັດ​ເລີຍ.
    ການ​ເກັບ​ກ່ຽວ.
       ອາ­ຍຸ​ການ​ເກັບ​ກ່ຽວຂອງ​ຜັກກາດ​ຂຽວ​ກວາງ­ຕຸ້ງຂ້ອນ​ຂ້າງໄວ​ປະ­ມານ 35-45 ວັນ ໃຫ້ເລືອກ​ຕົ້ນ​ທີ່​ໃຫຍ່​ໄດ້​ຂະ­ຫນາດ ຕາມ​ຄວາມ​ຕ້ອງ­ການ​ແລ້ວ​ຕັດດ້ວຍ​ມີດ​ຄົມໆ​ທີ່​ໂຄນ​ຕົ້ນຕັດແຕ່ງ​ໃບ​ນອກ​ທີ່​ແກ່ ແລະ ຖືກແມງ­ໄມ້​ທຳ­ລາຍ​ອອກ​ກ່ອນ​ບັນ­ຈຸສົ່ງ​ຕະ­ຫລາດ ຫລື ບໍ­ລິ­ໂພກ.

 

ຄວາມຄິດເຫັນ

 

Free Web Hosting